ໂຄງການກໍ່ສ້າງສູນການຄ້າທັນສະໄໝ ແຂວງຊຽງຂວາງ ມີຄວາມຄືບໜ້າ 9%
ໃນຕອນແລງວັນທີ 25 ມິຖຸນາ 2016 ນີ້ທ່ານ ສາດສະດາຈານ ດຣ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງສູນການຄ້າທັນສະໄໝ ແຂວງຊຽງຂວາງເປັນການລົງທຶນ ຂອງບໍລິສັດເອກະຊົນຊາວຈີນ ຈາກແຂວງເຈີຈຽງ ທີ່ມາລົງທຶນໂດຍ ແມ່ນບໍລິສັດ ຢູຢາວມິງຊຽງພຼາສຕິກ ຈຳກັດ (YUYAO MINGXIANG PLASTIC CO.,LTD) ໂຄງການກໍ່ສ້າງ ສູນການຄ້າທັນສະໄໝ ເປັນອາຄານ 9 ຊັ້ນລວມມູນຄ່າການກໍ່ສ້າງ 9 ລ້ານ ໂດລາສະຫະລັດ ເຊິ່ງເລີ່ມລົງມືການກໍ່ສ້າງແຕ່ວັນທີ 25 ພຶດສະພາ 2016 ຄາດໝາຍໃຫ້ສຳເລັດໃນປີ 2018 ປັດຈຸບັນສຳເລັດແລ້ວ 9% ໃນໂອກາດນີ້ທ່ານ ເຈົ້າແຂວງໆຊຽງຂວາງ ກໍ່ໄດ້ປຶກສາຫາລືກັບທ່ານ ຢາງຈ້ຽນຮົວ (Yang Jianhua)ປະທານບໍລິສັດ ຢູຢາວມິງຊຽງພຼາສຕິກຈຳກັດ ເຊິ່ງທ່ານເຈົ້າແຂວງ ໄດ້ສະແດງຄວາມດີໃຈ ຕໍ່ການລົງທຶນກໍ່ສ້າງ ຖ້າໂຄງການນີ້ສຳເລັດເມື່ອໃດ ຈະເຮັດໃຫ້ຊາວຊຽງຂວາງມີສູນການຄ້າ ທີ່ທັນສະໄໝໃນຕົວເມືອງ ໂພນສະຫັວນ ນອກນີ້, ຍັງເປັນການຕ້ອນຮັບ ງານມະຫາກຳກິລາແຫ່ງຊາດຄັ້ງທີ່ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ, ກຽມຮັບໄຫຫີນ ເປັນມໍລະດົກໂລກ ທີ່ນັກທ້ອງທ່ຽວຈະໄດ້ໃຊ້ຈ່າຍ ເພື່ອຊື້ສິ່ງຂອງທີ່ລະນຶກ ຈາກແຂວງຊຽງຂວາງ ເຮັດໃຫ້ແຂວງຊຽງຂວາງ ປ່ຽນໂສມໜ້າໃໝ່ ທັນສະໄໝຂື້ນເລື້ອຍໆ.
ບັນນາທິການວິທະຍຸ+TV
ຂ່າວ: ບຸນມີແສງທຸມມີ
ໂທ: 55552905