ບ້ານທ່າດິນດຳ
ຕາມແຄມທາງເລກທີ່ 7 ຕິດກັບຫຼາດຊາຍແດນ ມາທາງເມືອງໜອງແຮດ ມີບ້ານຂອງຊົນເຜົ່າຂະມຸ ທີ່ມີການດຳລົງຊີວິດ ໂດຍການເຮັດໄຮ່, ລ້ຽງສັດ ແລະ ຄ້າຂາຍ, ບ້ານດັ່ງກ່າວ ມີ 53 ຫຼັງຄາເຮືອນ ບ້ານດັ່ງກ່າວໄດ້ຮັບການຍົກຍ້ອງ ໃຫ້ເປັນບ້ານວັດທະນະທຳຂອງຊົນ ເຜົ່າຂະມຸ ທັ້ງນີ້ກໍ່ເນື່ອງຈາກວ່າ ປະຊາຊົນໃນໝູ່ບ້ານດັ່ງກ່າວ ສາມາດແກ້ໄຂຄວາມທຸກຍາກໄດ້ໄວ ແລະ ທັງເປັນບ້ານ ທີ່ຮັກສາເອກະລັກທາງດ້ານວັດທະນະທຳ ຂອງຊົນເຜົ່າຂະມຸໄດ້. ດັ່ງນັ້ນ ບ້ານດັ່ງກ່າວມີຄວາມສາມາດ ກາຍເປັນແຫຼ່ງທ່ອງທ່ຽວໄດ້ ໃນອະນາຄົດ ໂດຍມີການພັດທະນາບາງກິດຈະກຳ ເພື່ອບໍລິການແກ່ນັກທ່ອງທ່ຽວເປັນຕົ້ນແມ່ນ ການສົ່ງເສີມໃຫ້ປະຊາຊົນ ສ້າງບ້ານແບບໂຮມສະເຕ ເພື່ອບໍລິການແກ່ນັກທ່ອງທ່ຽວ.