ໝູ່ບ້ານເຜົ່າມົ້ງບ້ານນາສາລາ.
ບ້ານນາສາລາ ເປັນບ້ານຂອງຊົນເຜົ່າມົ້ງ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງຕົວເມືອງໂພນສະຫວັນປະມານ 30 ກິໂລແມັດ, ໃນລະຫວ່າງທ້າຍເດືຶອນ ພະຈິກ ຫາ ຕົ້ນເດືອນ ທັນວາ ທ່ານສາມາດສຳ ພັດກັບບຸນກິນຈຽງ ທີ່ເປັນຮີດຄອງປະເພນີ ຂອງຊົນເຜົ່າມົ້ງມາແຕ່ດຶກດຳບັນ, ນອກຈາກບຸນກິນຈຽງແລ້ວ ນັກທ່ອງທ່ຽວຍັງຈະໄດ້ສຳພັດ ກັບວິຖີຊີວິດ ອັນດັ່ງເດີມຂອງ ຊົນເຜົ່າມົ້ງໃນບ້ານດັ່ງກ່າວ.