ພູເກັງບ່ອນຜະລິດໄຫຫີນ
ພູເກັງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອ ຂອງຕົວເມືອງໂພນສະຫວັນ ປະມານ 15 ກິໂລແມັດ, ໃນນັ້ນມີເສັ້ນທາງແດງຈາກທາງຢາງບ້ານລາດງ່ອນ ໄປປະມານ 8 ກິໂລແມັດ. ພູດັ່ງກ່າວຕັ້ງຢູ່ໃນເສັ້ນແວງທີ່ 103° 5’- 103°10’ຕາເວັນອອກ ແລະ ເສັ້ນຂະໜານທີ່ 19° 25’-19° 30’ເໜືອ ມີຊາຍແດນຕິດກັບສະຖານທີ່ໆສຳຄັນເຊັ່ນ: ທິດເໜືອຕິດກັບ ບ້ານຊັ້ງ, ທິດໃຕ້ຕິດກັບ ວຽງຄຳ, ທິດຕາເວັນອອກຕິດກັບ ບ້ານ ລາດງ່ອນ, ທິດຕາເວັນຕົກຕິດກັບ ບ້ານຈ້າແລະ ທິດຕາເວັນອອກສ່ຽງໃຕ້ຕິດກັບ ທົ່ງໄຫຫີນ1
ໂດຍອີງໃສ່ການເລົ່າຈາກປາກຕໍ່ປາກ ຂອງເຖົ້າແກ່ແນວໂຮມແລ້ວເຫັນວ່າ: ໃນຊ່ວງ ຄ.ສ 1351 ຂຸນເຈືອງໄດ້ປົກຄອງເມືອງປະກັນ ຫຼື ເມືອງພວນ ໃນຊ່ວງໄລຍະດັ່ງກ່າວ ໄດ້ມີການແຜ່ອຳນາດໃນການປົກຄອງ ແລະ ພໍເມື່ອຕໍ່ສູ້ສັດຕູໄດ້ຮັບໄຊຊະນະຢູ່ບ່ອນໃດ ກໍ່ມີການສະຫຼອງກັນທຸກເທື່ອ ດັ່ງນັ້ນຂຸນເຈືອງຈຶ່ງໄດ້ໃຫ້ເສນາອາມາດ ມາສ້າງໄຫຫີນຢູ່ພູເກັງແຫ່ງນີ້ເພື່ອໄປໃສ່ເຫຼົ້າ. ເຫດຜົນດັ່ງກ່າວກໍ່ເນື່ອງຈາກວ່າ: ພູເກັງເປັນພູທີ່ມີຫີນຫຼາຍ, ຊຶ່ງໃນການສ້າງນັ້ນແມ່ນໃຊ້ໂລຫະເຈາະ ແລະ ຖາກໄຫໃຫ້ເປັນຮູບກົມແລ້ວກໍ່ເອົາໄປໃສ່ນ້ຳເບິ່ງ ຖ້າຫາກໄຫໃດນ້ຳຮົ່ວແມ່ນຈະບໍ່ເອົາ ແລະ ປະຖິ້ມໄວ້ບ່ອນເກົ່າ. ແຕ່ຕາມການນຳໃຊ້ເຄື່ອງມືວິທະຍາສາດ ທີ່ກ້າວໜ້າຂອງນັກວິທະຍາສາດໂລກປະຈຸບັນ ເພື່ອວັດແທກຮ່ອງຮອຍສັບເຈາະຫີນຢູ່ໄຫຫີນໄດ້ໃຫ້ຂໍ້ສະຫຼຸບວ່າ: ໄຫຫີນມີອາຍຸປະມານ 2500-3000 ປີ. ສະນັ້ນຈຶ່ງເປັນຄຳຕອບທີ່ປິດສະໜາຢູ່