ທາດຈອມເພັດ
ທາດຈອມເພັດຕັ້ງຢູ່ຕົວເມືອງຄູນ, ທາດດັ່ງກ່າວ ເປັນທາດທີ່ມີຄວາມສວຍສົດງົດງາມທີ່ສຸດ, ມີຮູບລັກຊະນະການສ້າງຄືກັບທາດຝຸ່ນ, ສ້າງຂຶ້ນເປັນມິ່ງຂວັນໃຈ ຂອງປະຊາຊົນຊາວເມືອງພວນ ແລະ ເປັນບ່ອນ ທ້ອນໂຮມເພັດມິນຈິນດາຂອງຊາວເມືອງພວນ. ໃນປີ ຄສ 1422, ຈສ 787 ກະສັດ ເຈົ້າຜ້າຂາດ ໄດ້ນຳເອົາ ເພັດມິນຈິນດາ ທີ່ມີແສງລັດສະໝີອັນສວຍສົດງົດງາມ ສາມາດສົງແສງລັດສະໝີໄປທົ່ວທຸກທິດ ຂອງເມືອພວນໃສ່ຍອດເສົາ, ດັ່ງນັ້ນ ຈຶ່ງໃສ່ຊື່ວ່າ ທາດຈອມເພັດ. ຈາກນັ້ນມານານເຖິງ 577 ປີ, ມາຮອດປີ ຄສ 1874, ຈສ 1237 ສະໄໝສົງຄາມຫໍ້ໄດ້ເຂົ້າມາປຸ້ນສະດົມກໍ່ໄດ້ທຳລາຍທາດ ເພື່ອເອົາເພັດມິນຈິນດາ ແລະ ວັດຖຸມີຄ່າໃນທາດດັ່ງກ່າວ.