ທາດຝຸ່ນ
ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາພະພຸດທະເຈົ້າ ຢູ່ທີ່ອິນເດຍໄດ້ເສຍຊີວິດ ກໍ່ໄດ້ພາກັນຈູດເຜົາສົບ ຂອງພະພຸດເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາພຸດມາເອົາກະດູກຂອງ ພະພຸດທະເຈົ້າໄປບູຊາ ໂດຍການສ້າງທາດໃສ່. ແຕ່ຊາວຊຽງຂວາງໄປຊ້າ ເລີຍໄດ້ແຕ່ຝຸ່ນ ຈຶ່ງໄດ້ນຳມາ ສ້າງໄວ້ໃຈກາງຂອງເມືອງພວນ.
ໃນປີ ຈສ 742 ກະສັດເມືອງພວນອົງທີ່ 24 ໄດ້ສັ່ງສ້າງທາດ ໂດຍສ້າງກວມທາດເກົ່າໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ຊຶ່ງນອກນັ້ນ, ທ່ານຍັງເປັນຜູ້ທີ່ນຳເອົາສາສະໜາພຸດເຂົ້າມາເມືອງພວນ. ນັບແຕ່ນັ້ນມາໃນທຸກໆປີໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນ ແລະ ກັນໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນ, ຄຳທີ່ມີຄ່າອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາຮອດສະໃໝ ເຈົ້າແຂວງຊາຍຄຳເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດດັ່ງກ່າວຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.