ຖ້ຳໂລງ
ຢູ່ລະຫວ່າງເສັ້ນທາງໜອງຕັ່ງຫາຖ້ຳພະ ເບື້ອງຊ້າຍມື ປະມານ 240 ແມັດ, ຍັງມີຖ້ຳໂລງເປັນຖ້ຳທີ່ ເກີດຂຶ້ນຢູ່ບໍລິເວນໜ້າຜາ ຫ່າງຈາກໜ້ດິນປະມານ 24 ແມັດ. ຖ້ຳດັ່ງກ່າວ ມີຄວາມເລິກປະມານ 12 ແມັດ ແລະ ກ້ວາງ ປະມານ 7-8 ແມັດ. ພາຍໃນຖ້ຳປະກອບດ້ວຍໂລງ ແລະ ກະດູກຂອງຄົນ ສະໄໝກ່ອນ, ໂລງດັ່ງກ່າວມີຄວາມຍາວ ປະມານ 2.80 ແມັດ, ສ່ວນໂລງທີ່ສັ້ນມີຄວາມຍາວ ປະມານ 1-1.20 ແມັດ. ໂລງດັ່ງກ່າວສ້າງດ້ວຍໄມ້ຮິ້ງຫອມ ລັກສະນະການສ້າງແມ່ນສ້າງດ້ວຍໄມ້ກົມຝ່າເຄິ່ງ ແລ້ວຄັວດທາງໃນ ເພື່ອໃສ່ຊາກສົບ.
ນອກຈາກໂລງທີ່ແປກປະຫຼາດແລ້ວ ຍັງມີກະດູກຈຳນວນໜຶ່ງ ໃນນັ້ນກະດູກຄາງກະໄຕມີແຂ້ວເຖິງ 18 ເຫຼັ້ມ. ດັ່ງນັ້ນ, ມາຮອດປະຈຸບັນຍັງບໍ່ທັນມີມີຄຳຕອບເທື່ອວ່າ: ກະດູກດັ່ງກ່າວ ເປັນຂອງຄົນຍຸກໃດ ຊຶ່ງເປັນສິ່ງທີ່ໜ້າສຶກສາ ໃນຂັ້ນຕໍ່ໄປ.
ມາຮອດປະຈຸບັນ ຖ້ຳໂລງແມ່ນໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການແລ້ວ ແຕ່ກໍ່ມີບາງຢ່າງຈຳເປັນທີ່ຈະຕ້ອງໄດ້ພັດທະນາ ໂດຍສະເພາະແມ່ນເສັ້ນທາງ ເພື່ອໃຫ້ນັກທ່ອງທ່ຽວສາມາດໄປໄດ້ ຢ່າງສະດວກສະບາຍ.