ຜາບ່ອງ
ຜາບ່ອງຫ່າງຕົວເມືອງ ໂພນສະຫວັນ 86 ກິໂລແມັດ ແລະ ຈາກທາງແບ່ງບ້ານພະແຄະ ເຂົ້າໄປ 16 ກິໂລແມັດ. ຜາບ່ອງເປັນຜາທຳມະຊາດ ທີ່ມີຮູບ່ອງຊອດກັນ, ໃນຫຼາຍປີຜ່ານມາແລ້ວ ຫີນໃນຊັ້ນລາງໄດເກີດມີການຍຸບຕົວ ເຮັດໃຫ້ຜາຫີນດັ່ງກ່າວເກີດເປັນຮູຊອດກັນ ຊາວບ້ານເລີຍເອີ້ນກັນວ່າ: ຜາບ່ອງ. ບໍລິເວນອ້ອມປາກຖ້ຳປະກອບດ້ວຍຊີວະນາໆພັນທີ່ອຸດົມສົມບູນ, ດັ່ງນັ້ນຕາມແນວຄວາມຄິດ ຂອງວິຊາການແລ້ວເຫັນວ່າ: ຜາບ່ອງສາມາດເປັນ ແຫຼ່ງທ່ອງທ່ຽວໄດ້ໃນອະນາຄົດ ໂດຍທີ່ມີການພັດທະນາກິດຈະກຳຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວ.