ຕາດເສ່ຍ
ຕາດເສ່ຍເປັນຕາດທຳມະຊາດ ທີ່ສວຍສົດງົດງາມ ມີຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນ້ຳ. ຕາດເສ່ຍຕັ້ງຢູ່ທາງທິດຕາເວັນຕົກ ຂອງບ້ານນ້ຳເສ່ຍປະມານ 4 ກິໂລແມັດ ຫ່າງຈາກເທດສະບານ ໂພນສະຫວັນປະມານ 53 ກິໂລແມັດ, ສະຖານທີ່ດັ່ງກ່າວຍັງບໍ່ມີເສັ້ນທາງໄປເຖິງ. ປະຈຸບັນ ກຳລັງລົງສຳຫຼວດຄວາມເປັນໄປໄດ້ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ.