ຕາດຄະ
ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງຕົວເມືອງໂພນສະຫວັນປະມານ 32 ກິໂລ ແມັດ, ມີໄລຍະທາງຈາກສາມແຍກໜອງເປັດປະມານ 4.4 ກິໂລແມັດ, ໃນນັ້ນໄລຍະທາງແຕ່ບ່ອນຈອດລົດລົງໄປຫາຕີນຕາດມີ ຄວາມຍາວປະມານ 1 ກິໂລແມັດ, ເປັນທາງຍ່າງລົງພູ.
ຕາດຄະເປັນຕາດທຳມະຊາດທີມີຄວາມສວຍງາມທາງທຳມະຊາດ ແລະ ມີຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ, ພາຍໃນຕາດມີຄວາມຍາວເກືອບ 2 ກິໂລ ແມັດ. ປະກອບດ້ວຍຫຼາຍຂັ້ນ, ຕາມສອງຟາກຝັ່ງປະ
ກອບດ້ວຍຊີວະນາໆພັນທີ່ອຸດົມສົມບູນ, ພາຍໃນຕາດມີນ້ຳໄຫຼຕະຫຼອດປີເໝາະແກ່ການມາພັກຜ່ອນຍ່ອນໃຈຂອງແຂກທີ່ມາທ່ຽວຊົມ.
ເສັ້ນທາງແຕ່ບ້ານນາຄຳແພງເຂົ້າໄປຫາຕີນຕາດ ມີໄລຍະທາງປະມານ 2 ກິໂລແມັດ; ມີຄວາມຈຳເປັນຈະຕ້ອງໄດ້ສ້າງທາງລົດໄປຫາບ່ອນຮາບພຽງທີ່ຕີນຕາດ. ນອກນັ້ນ ການສ້າງສະຖານທີ່ພັກຜ່ອນ ແລະ ຮ້ານອາຫານແມ່ນມີຄວາມຈຳເປັນເພືອຮອງຮັບນັກທ່ອງທ່ຽວ ແລະ ເປັນການສ້າງລາຮັບໃຫ້ແກ່ຊຸມຊົນ.