ຕາດຄາ
ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄາ ທີ່ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ.
ພາຍໃນຕາດປະກອບດ້ວຍຫຼາຍຂັ້ນ ໃນນັ້ນຂັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ. ແຕ່ລະຂັ້ນມີຄວາມສວຍງາມ ແລະ ສາມາດເດີນໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະຊີວະນາໆພັນທີ່ອຸດົມສົມບູນ. ຄາດຄາມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ