ແຂ່ງຂັນກິລາມິດຕະພາບ ລະຫ່ວາງຊາວໜຸ່ມ ຫ້ອງວ່າການປົກຄອງແຂວງ ແລະ ຊາວໜຸ່ມ ຄະນະຈັດຕັ້ງແຂວງ
ໃນຕອນແລງວັນທີ29ຕຸລາ2015ນີ້ຢູ່ທີ່ສະໜາມກິລາສຸດາວັນ ໄດ້ຈັດການແຂ່ງຂັນກິລາ ເຕະບານມິດຕະພາບ ລະຫ່ວາງຊາວໜຸ່ມ ຫ້ອງວ່າການປົກຄອງແຂວງ ແລະ ຊາວໜຸ່ມຄະນະຈັດຕັ້ງແຂວງ ການຈັດກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການສ້າງຄວາມສາມັກຄີ ພົບປະແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນດ້ານກິດຈະກຳກິລາເພື່ອສ້າງຂະ ບວນການ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ທີ່ຈະມາເຖິງໃນມໍ່ໆນີ້ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງຕື່ມອີກ ອີກຢ່າງໜຶ່ງເປັນການເສີມ ສ້າງຮັກສາສຸກ ຂະພາບໃຫ້ແຂງແຮງ ເພາະອາກາດຢູ່ແຂວງຊຽງຂວາງເລີ່ມໜາວແລ້ວ ການແຂ່ງຂັນກິລາໃນຄັ້ງນີ້ ທີມຊາວໜຸ່ມຄະນະຈັດຕັ້ງແຂວງ ເອົາຊະນະທີມຊາວໜຸ່ມຫ້ອງ ວ່າການປົກຄອງແຂວງ 6 - 2.
ຂ່າວ: ບຸນມີ ແສງທຸມມີ
ໂທ: 55552905