ເມືອງໝອກ
ເມືອງໝອກ
1. ປະຫວັດຄວາມເປັນມາຂອງເມືອງ.
ເມືອງໝອກ ເປັນເມືອງໜຶ່ງທີ່ຂຶ້ນກັບແຂວງຊຽງຂວາງ, ຫ່າງຈາກເທດສະບານແຂວງ 138 ກິໂລແມັດ, ເມືອງໝອກໃນເມື່ອກ່ອນແມ່ນຂື້ນກັບ ເມືງທ່າໂທມ ສໍານັກຕັ້ງຢູ່ປາກຍອງ. ຍ້ອນສະພາບເສັ້ນທາງຍາວໄກ ແລະ ພື້ນທີ່ກວ້າງຂວາງຫຼາຍການເຄື່ອນໄຫວໄປມາເຮັດວຽກງານພົບຄວາມຫຍຸ້ງຍາກບວກກັບສະພາບສັດຕູກຸ່ມຄົນບໍ່ຫວັງດີທີ່ມີການເຄື່ອນໄຫວ ໂດຍບໍ່ມີລົດລະ, ຕົກມາຮອດວັນທີ 20/5/1993 ພັກບລັດຂັ້ນເທິງຈຶ່ງໄດ້ຕົກລົງແຍກເມືອງໝອກອອກເປັນເມືອງໜຶ່ງຂື້ນກັບແຂວງຊຽງຂວາງປະກອບມີ 5 ກຸ່ມບ້ານເຖິງປະຈຸບັນ.
ເມືອງໝອກກໍ່ໄດ້ຮັບການພັດທະນານັບມື້ດີຂື້ນເປັນກ້າວໆໃນທຸກດ້ານ, ມາເຖິງປະຈຸບັນນີ້ເມືອງໝອກໄດ້ຮັບບ້ານພັດທະນາຈໍາວນ 10 ບ້ານ, ບ້ານວັດທະນະທໍາ 14 ບ້ານ, ບ້ານສາທາລະນະສຸກແບບຢ່າງ 10 ບ້ານ ແລະ ບ້ານອື່ນໆໃນປິ 2016 ກໍ່ໄດ້ຮັບເມືອງແມ່ຍີງ 3 ດີດ ກໍາມະບານ 2 ດີ 5 ເປັນເຈົ້າໃນວັນທີ 26/2/2016.
2. ທີ່ຕັ້ງ, ພູມສັນຖານຂອງເມືອງ.
ເມືອງໝອກຕັ້ງຢູ່ທິດໃຕ້ຂອງແຂວງຊຽງຊຽງຂວາງ ຫ່າງຈາກເທດສະບານແຂວງ 138 ກິໂລແມັດ, ມີເຂດແດນດິດຈອດຄື: ທິດເໜືອຕິດກັບເມືອງຄູນ ແລະ ເມືອງໜອງແຮດ, ທິດໃຕ້ຕິດກັບເມືອງວຽງທອງແຂວງບໍລິຄໍາໄຊ, ທິດຕາເວັນອອກຕິດກັບເມືອງກິເຊິນ ສສ ຫວຽດນາມ ແລະ ທິດຕາເວັນຕົກຕິດກັບເມືອງທ່າໂທມແຂວງໄຊສົມບູນ. ເມືອງໝອກສ້າງຕັ້ງຂຶ້ນວັນທີ 20/5/1993, ມີເນື້ອທີ່ທັງໝົດ 3,290 ກິໂລຕາແມັດ, ປະກອບມີ 1 ຈຸດສຸມ, ມີ 28 ບ້ານ, ມີ 2,236 ຫຼັງຄາເຮືອນມີ 2,093 ຄອບຄົວ, ມີພົນລະເມືອງທັງໝົດ 14,975 ຄົນ, ຍິງ 7,074 ຄົນ, ປະກອບມີ 3 ຊົນເຜົ່າໃນນັ້ນ: ເຜົ່າລາວລຸ່ມມີ 2,583 ຄົນ, ຍິງ 1,336 ຄົນ; ເຜົ່າມົ້ງ ມີ 11,909 ຄົນ, ຍິງ 5,441 ຄົນ ແລະ ເຜົ່າກຶມມຸ ມີ 303 ຄົນ, ຍິງ 167 ຄົນ. ທົ່ວເມືອງມີເນື້ອທີ່ນາທັງໝົດ 1,119.7 ເຮັກຕ່າ, ເມືອງໝອກເປັນເມືອງພູດອຍ ການຕັ້ງບ້ານເຮືອນຂອງປະຊາຊົນແມ່ນກະແຈກກະຈາຍເສັ້ນທາງໄປມາຫາກັນລະຫວ່າງບ້ານຕໍ່ບ້ານແມ່ນຂຶ້ນພູລົງຫ້ວຍ ແລະ ເປັນທາງປູແຮ່, ໃນລະດູຝົນການໄປມາຫາກັນບ້ານຕໍ່ບ້ານພົບຄວາມຫຍຸ້ງຍາກຫຼາຍ.