ເມືອງຜາໄຊ
ເມືອງຜາໄຊ
1. ປະຫວັດຄວາມເປັນມາຂອງເມືອງ.
ກ່ອນຈະສ້າງຕັ້ງເມືອງປະກອບເປັນ 3 ຕາແສງຄື: ຕາແສງສົມບູນຂຶ້ນກັບເມືອງຄູນ, ຕາແສງສີວິໄລຂຶ້ນກັບເມືອງແປກ, ຕາແສງກາງແສນຂື້ນກັບເມືອງແປກ.
2. ທີ່ຕັ້ງ, ພູມສັນຖານຂອງເມືອງ.
ເມືອງຜາໄຊເປັນເມືອງພູດອຍພື້ນທີ ແລະ ປະຊາກອນແຍກອອກຈາກເມືອງແປກ ແລະ ເມືອງຄູນ, ສ້າງຕັ້ງຂື້ນວັນທີ 5/12/1992 ຫ່າງຈາກເທດສະບານແຂວງ 27km , ທິດເໜືອ ແລະ ທິດຕາເວັນອອກຕິດກັບເມືອງແປກ, ແລະ ເມືອງຄູນ, ທິດໃຕ້ຕິດກັບເມືອງທ່າໂທມ, ທິດຕາເວັນຕົກຕິດກັບເມືອງໄຊສົມບູນ ແຂວງວຽງຈັນ.
- ມີເໜືອທີ່ທັງໝົດ 1.332 ກິໂລຕາແມັດ, ໃນນັ້ນມີເໜືອທີ່ນາ 2009 ເຮັກຕ່າ, ມີ 32 ບ້ານ, ມີ 2.287 ໜັງຄາເຮືອນ, ມີ 2,165 ຄອບຄົວ.
- ມີພົນລະເມືອງທັງໝົດ 12,653 ຄົນ, ຍິງ 6,249 ຄົນ.
- ມີ 3 ຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມມີ 7,929 ຄົນ, ຍິງ 3,826 ຄົນ; ເຜົ່າມົ້ງມີ 4,233 ຄົນ, ຍິງ 2,179 ຄົນ, ເຜົ່າກືມມຸມີ 491ຄົນ, ຍິງ 230 ຄົນ.
- ທິດຕາເວັນອອກຕິດກັບ ເມືອງຄູນ.
- ທິດຕາເວັນຕົກຕິດກັບກຸ່ມພັ້ນ ເມືອງແປກ.
- ທິດເໜືອຕິດກັບກຸ່ມສີວິໄລ ເມືອງແປກ.
- ທິດໃຕ້ຕິດກັບເມືອງທ່າໂທມ ແຂວງໄຊສົມບູນ.
- ຫ່າງຈາກເທດສະບານແຂວງ 27 ກິໂລແມັດ.