ເມືອງຄູນ
ເມືອງຄູນ
1. ປະຫວັດຄວາມເປັນມາຂອງເມືອງຄູນແຂວງຊຽງຂວາງ
ໃນປີ ພສ 543 ຄສ 01 ຂຸນເຈືອງໄດ້ສະເຫວີຍລາຊະສົມບັດປົກຄອງເມືອງພວນ (ເມືອງຄູນໃນປະຈຸບັນ) ເຊິ່ງສ່ວນໃຫຍ່ໄດ້ນັບຖືສາສະໜາພຸດ ແລະ ໄດ້ຖືເອົາສິ່ງລໍເປັນສິ່ງປະຈຳເຜົ່າ ຍ້ອນວ່າພະອໍລະຫັນໄດ້ນຳເອົາຝຸ່ນຂອງພະເຈົ້າມາຈາກປະເທດອິນເດຍມາສະດິດສະຖານໄວ້ຢູ່ພູທາດຝຸ່ນ ເພື່ອເປັນບ່ອນເຄົາລົບບູຊາຂອງກະສັດ ແລະ ຊາວພວນ. ຂຸນເຈືອງຂຶ້ນປົກຄອງເມືອງຄູນອາຍຸໄດ້ 77 ປີ ພສ 544 ຄສ 02 ກໍ່ໄດ້ສະຫວັນນາຄົດ. ຫຼັງຈາກຂຸນເຈືອງສະຫວັນນາຄົດແລ້ວໄດ້ມີຫຼາຍກະສັດຂື້ນປົກຄອງເມືອງພວນດ້ວຍຄວາມຈະເລີນຮຸ່ງເຮືອງແຕກຕ່າງກັນ. ຈົນມາຮອດປີ ພສ 1915 ຄສ 1352 ເຈົ້າລ້ານກອງຄຳຂຶ້ນຄອງລາຊະສົມບັດ, ໃນສະໄໝນັ້ນເຈົ້າຟ້າງຸ່ມຂຶ້ນຄອງນະຄອນຊຽງທອງພະອົງໄດ້ນຳເອົາພະພຸດທະຮູບທອງອົງໜຶ່ງມາແຕ່ເມືອງຫົງສາວະດີປະເທດພະມ້າໃສ່ແຍ່ງຊ້າງພໍມາຮອດເມືອງພວນສົບນ້ຳໂຮມບ້ານເພຍວັດ ຊ້າງໄດ້ນອນຂວາງໃນທີ່ນັ້ນຈຶ່ງໄດ້ພາກັນຄູນດີນຂຶ້ນເປັນແທ່ນ ແລະ ສ້າງຕັ້ງວັດເພຍວັດຂຶ້ນໃສ່ບ່ອນຊ້າງນອນ, ມາຈາກເຫດການດັ່ງກ່າວ ແລະ ມີພະເຈົ້າຄູນເມືອງຈຶ່ງເອີ້ນວ່າ: ເມືອງຄູນ. ຊາວພວນຈິ່ງໄດ້ອຸດທາພິເສກເຈົ້າລ້ານຄຳກອງ ທີ່ວັດບຸນກອງໃນນາມເມືອງວ່າ: ເມືອງຄູນມາເຖິງປະຈຸບັນນີ້. ມາຮອດຊ່ວງໄລຍະການຕໍ່ສູ້ກູ້ຊາດຕ້ານກັບພວກສັກດີນາ ແລະ ພວກຈັກກະພັດຕ່າງດ້າວອື່ນໆຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເມືອງຄູນໄດ້ມີບັນດາທ່ານປົກຄອງດັ່ງນີ້:
1. ປີ 1979-1984 ທ່ານ ໄຊວ່າງ ຈັ້ງວັງເສີດ ເປັນເຈົ້າເມືອງ.
2. ປີ 1984-1989 ທ່ານ ທອງສີ ພິລາວົງ ເປັນເຈົ້າເມືອງ.
3. ປີ 1989-1994 ທ່ານ ຄຳແຫວນ ສໍສຳພັນໄຊ ເປັນເຈົ້າເມືອງ.
4. ປິ 1994-2004 ທ່ານ ບຸນມີ ສີວົງຄຳ ເປັນເຈົ້າເມືອງ.
5. ປີ 2004-2006 ທ່ານ ດຣ ຄຳປາວ ມົວ ເປັນເຈົ້າເມືອງ.
6. ປີ 2006-2009 ທ່ານ ຄຳຜົງ ວິໄລສຸກ ເປັນເຈົ້າເມືອງ.
7. ປີ 2010 ປະຈຸບັນ ທ່ານ ພອນມາລາ ວັນນາຮັດ ເປັນເຈົ້າເມືອງ.
2. ທີ່ຕັ້ງ, ພູມສັນຖານຂອງເມືອງຄູນ.
ເມືອງຄູນເປັນເມືອງທີ່ເກົ່າແກ່ທາງດ້ານປະຫວັດສາດ, ເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງຊຽງຂວາງໃນເມື່ອກ່ອນຕັ້ງຢູ່ທິດຕາເວັນອອກສຽງໃຕ້ຢູ່ລະຫວ່າງເສັ້ນຂະນານທີ 19 ອົງສາ 20 ລິບດາ 17 ວິລິບດາເໜືອ ແລະ ເສັ້ນແວງທີ 103 ອົງສາ 27 ລິບດາຕາເວັນອອກ, ເປັນເມືອງພູພຽງ ແລະ ພູດອຍກວມເອົາ 2/3 ຂອງເນື້ອທີ່ທັງໝົດ. ລະດັບສູງ 1.090,071 ແມັດ ທຽບຈາກລະດັບໜ້ານ້ຳທະເລ.
- ມີເນື້ອທີ່ທັງໝົດ 204.806,71 ເຮັກຕ່າ, ໃນນັ້ນມີເໜືອທີ່ນາ 2.791,7 ເຮັກຕ່າ.
- ມີ 77 ບ້ານ, ມີ 5.803 ຫຼັງຄາເຮືອນ, ມີ 6.121 ຄອບຄົວ, ມີພົນລະເມືອງທັງໝົດ 34.863 ຄົນ, ຍິງ 16.923 ຄົນ. (ສະຖິຕິປີ 2015)
- ມີ 3 ຊົນເຜົ່າໃຫຍ່ຄື: ຊົນເຜົ່າລາວລຸ່ມ ມີ 13.073 ຄົນ, ມີຍິງ 6.445 ຄົນ; ຊົນເຜົ່າມົ້ງມີ 2.298 ຄົນ, ມີຍິງ 9.793 ຄົນ; ຊົນເຜົ່າກຶມມຸ ມີ 1.492 ຄົນ, ຍິງ 685 ຄົນ.
- ທິດເໜືອຕິດກັບເມືອງແປກ, ເມືອງຄຳ ແລະ ເມືອງໜອງແຮດ ຍາວ 83,71 ກິໂລແມັດ.
- ທິດໃຕ້ຕິດກັບເມືອງທ່າໂທມ ແຂວງໄຊສົມບູນ ຍາວ 54,8 ກິໂລແມັດ.
- ທິດຕາເວັນອອກຕິດກັບເມືອງໝອກ ຍາວ 39,65 ກິໂລແມັດ.