ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ

ແຈ້ງການ

ສະຖິຕິເຂົ້າຊົມເວັບໄຊ

147256
ມື້ນີ້
ວານນີ້
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທູກມື້
91
190
281
144999
4064
4475
147256

ບ້ານໂພນຄຳໝູ່ບ້ານຕີກອງຄູ່

    ບ້ານ​ໂພນ​ຄຳ​ຕັ້ງຢູ່ ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ ຂອງ​ຕົວ​ເມືອງ ​ໂພນ​ສະຫວັນ​ປະມານ 33 ກິ​ໂລ​ແມັດ, ມີ​ໄລຍະ​ທາງ ​ແຕ່​ສາມ​ແຍກ​ໜອງ​ເປັດ​ໄປ​ປະມານ 6 ກິ​ໂລ​ແມັດ. ບ້ານ​ດັ່ງກ່າວ​ຕັ້ງຢູ່​ໃນ​ເສັ້ນ​ແວງ​ທີ່ 103° 22-103° -25ຕາ​ເວັນ​ອອກ ​ແລະ ​ເສັ້ນຂະໜານທີ່ 19° 16-19° 18​ເໜືອ​, ມີ​ຊາຍ​ແດນ​ຕິດ​ກັບ​ໝູ່​ບ້ານ​ ທີ່​ສຳຄັນ​ເຊັ່ນ: ທິດ​ເໜືອ​ຕິດ​ກັບພູ​ສັນ, ທິດ​ໃຕ້​ຕິດ​ກັບ ບ້ານ​ສາງ​ເພັດ, ທິດຕາ​ເວັນ​ອອກ​ຕິດ​ກັບ ບ້ານນາ​ເມືອງ, ທິດຕາ​ເວັນ​ຕົກ​ຕິດ​ກັບ ບ້ານ​ໂພນ​ໄຊ. ບ້ານ​ໂພນ​ຄຳ ປະກອບ​ດ້ວຍ 38 ຫຼັງຄາ​ເຮືອນ, ບ້ານ​ດັ່ງກ່າວ ​ເປັນ​ບ້ານ​ຂອງ​ຊົນ​ເຜົ່າ​ລາວ​ລຸ່ມ,​ ເຜົ່າ​ພວນ ​ແລະ ນັບຖືສາສະໜາ​ພຸດ, ປະຊາຊົນ​ພາຍ​ໃນ​ບ້ານ​ຢຶດຖື​ອາຊີບ​ເຮັດ​ນາ ​ແລະ ລ້ຽງສັດ​ເປັນ​ສ່ວນ​ໃຫ່ຍ, ມີ​ອາຊີບ​ສຳຮອງ ​ໂດຍ​ການ​ປູກ​ພືດ​ກະສິກຳ ​ແລະ ​ໄປ​ມາ​ຄ້າຂາຍ​ພຽງ​ເລັກ​ນ້ອຍ.

 

BanKongKhu

 

​   ກອງ​ຄູ່​ເປັນ​ວັດຖຸ​ໜຶ່ງ ​ທີ່​ຕິດ​ພັນ​ກັບ​ຊີວິດ ຂອງ​ຊາວ​ລາວ​​ເຜົ່າ​ພວນ ​ມາ​ແຕ່​ດຶກ​ດຳ​ບັນ, ຊາວບ້ານ​ມີ​ຄວາມ​ເຊື່ອ​ກັນ​ວ່າ: ການ​ຕີ​ກອງ​ຄູ່​ໄດ້​ເຮັດ​ໃຫ້​ສັດຕູ​ພືດ​ເຊັ່ນ: ບົ້ງ, ໜູ ​ແລະ ພວກ​ແມງ​ໄມ້​ ທີ່​ທຳລາຍ​ຜົນລະປູກ​ໜີ​ອອກ​ຈາກ​ພື້ນທີ່. ຈາ​ກກ​ານບອກ​ເລົ່າ​ຂອງ​ຊາວບ້ານແລ້ວ​ເຫັນ​ວ່າ: ​ໃນ​ຍຸກ​ສະ​ໄໝ​ຂອງ ​ເຈົ້າ​ນອຍ​ເມືອ​ງພວນ​ ໄດ້​ມີ​ແມ່ໝ້າຍ​ຄົນ​ໜຶ່ງ ​ທີ່​ດຳລົງ​ຊີວິດ​ໂດຍ​ການ​ເຮັດ​ນາ ​ຕໍ່​ມາ​ກໍ່​ເກີດ​ມີ​ສັດຕູ​ພືດ​ທຳລາຍ ​ຜົນລະປູກ​ຢ່າງ​ໜັກ​ເຊັ່ນ: ຊ້າງ, ໜູ ​ແລະ ບ່າງ ​ແມ່ໝ້າຍ​ບໍ່​ຮູ້​ຈະ​ສະກັດ​ກັ້ນ ພວກ​ສັດ​ຮ້າຍ​ດັ່ງກ່າວ​ໄດ້​ແນວ​ໃດ, ແຕ່​ລະ​ວັນ​ເມື່ອ​ພວກ​ສັດ​ດັ່ງກ່າວ​ເຂົ້າກິນ​ຜົນລະປູກ​ແມ່ ໝ້າຍ​ກໍ່​ໄດ້​ແຕ່​ເຄາະ​ໄມ້ ​ແລະ ຮົ້ວ​ໃຫ້​ສັດ​ຮ້າຍ​ໜີ​ໄປ​, ​ແຕ່​ບໍ່​ພໍຄາວ​ສັດ​ຮ້າຍ​ດັ່ງກ່າວ​ກໍ່​ກັບ​ມາ​ອີກ, ສະພາບ​ການ​ດັ່ງກ່າວ ​ໄດ້​ສືບ​ຕໍ່​ເປັນ​ເຊັ່ນ​ນັ້ນຕະຫຼອດ​ມາ ຈົນ​ແມ່ໝ້າຍ​ມີ​ຄວາມ​ກັງວົນ​ຫຼາຍວ່າ​ ຈະ​ບໍ່​ໄດ້​ກິນ​ຜົນລະປູກ​ດັ່ງກ່າວ, ຢູ່​ມາ​ມື້ໜຶ່ງ​ແມ່ໝ້າຍ​ໄດ້​ເອົາ​ໜັງ​ສັດ ​ທີ່​ຕົນ​ມີ​ແຮ​ໄວ້ ​ເພື່​ອ​ເປັນ​ອາຫ​ານມາ​ຕາກ​ໄວ້​ຄົກ​ຕຳ​ເຂົ້າ ​ໃນ​ຂະນະ​ດຽວ​ກັນ​ ພວກ​ສັ​ກຮ້າຍ​ກໍ່​ກຳລັງ​ກິນ​ຜົນລະປູກ​ຢູ່, ​ແມ່ໝ້າຍ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ ​ລາວ​ເລີຍ​ຈັບ​ເອົາ​ໄມ້​ຟາດ​ໜັງ​ທີ່​ຕາກ​ໄວ້​ທັນທີ, ຍ້ອນ​ຄວາມ​ດັງ​ຂອງ​ສຽງ​ກະທົບ​ດັ່ງກ່າວ ​ສັດ​ຮ້າຍ​ທັງ​ໝົດ​ກໍ່​ເລີຍ​ໜີ​ໄປ ​ແລະ ກໍ່​ບໍ່​ກັບ​ມາ​ອີກ​ເລີຍ. ຢູ່​ຕໍ່​ມາ​ສັດ​ຮ້າ​ຍດັ່ງກ່າວ ​ໄດ້​ເຂົ້າມາ​ກິນ​ຜົນລະ​ປູກ​ ຂອງ​ເຈົ້າ​ນ້ອຍ​ເມືອງ​ພວນ ຜູ້​ທີ່​ເປັນ​ເຈົາປົກຄອງ​ແຜ່ນດິນ​ເມືອງ​ພວນ. ​ເຈົ້າ​ນ້ອຍ​ບໍ່​ຮູ້​ຈະ​ປາບ​ສັດ​ຮ້າຍ​ດັ່ງກ່າວ​ໄດ້​ແນວ​​​ໃດ ທ່ານ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເສນາ​ອາມາດ ຊອກ​ຫາ​ວິທີ​ການ​ຈັດການ​ກັບ​ສັດ​ຮ້າຍ​ດັ່ງກ່າວ, ຢູ່​ມາ​ບໍ່​ດົນ​ກໍ່​ຮູ້​ຂ່າວ​ວ່າ ​ແມ່ໝ້າຍ​ສາມາດ​ປາບ​ສັດ​ຮ້າຍ​ໄດ້​ດີ​ດັ່ງນັ້ນ,​ ເຈົ້ານ້ອຍ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເສນາ​ຜູ້​ຮອບ​ຮູ້ ​ໄປ​ສອບ​ຖາມ​ລາຍ​ລະອຽດ​ນຳ​ແມ່ໝ້າຍ, ​ແມ່ໝ້າຍ​ໄດ້​ເລົ່າ​ລາຍ​ລະອຽດ​ ທຸກ​ຢ່າງ​ໃຫ້​ຟັງ ຈາກ​ນັ້ນ​ເຈົ້າ​ນ້ອຍ​ເມືອງ​ພວນ ​ຈຶ່ງ​ໄດ້​ນຳ​ວິທີ​ການ​ດັ່ງກ່າວ​ມາ​ປັບປຸງ​ຂຶ້ນ ​ໂດຍ​ການ​ນຳ​ໜັງ​ສັດ​ມາ​ຫົ້ມ​ໄມ້​ ທີ່​ຄັວດ​ໄວ້​ຄື​ກັບ​ຄົກ​ຕຳ​ເຂົ້າ​ ແລ້ວ​ນຳ​ມາຕີ​ເພື່ອ​ຂັບ​ໄລ່​ສັດ​ຮ້າຍ​ດັ່ງກ່າວ. ​ເຈົ້າ​ນ້ອຍ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ ຈຶ່ງ​ໄດ້​ນຳ​ວິທີ​ການ​ດັ່ງ​ກ່າວ​ໄປ​ເຜີຍ​ແຜ່​ໃຫ້​ລາ​ຊະ​ດອນ​ ເພື່ອ​ໄປ​ປະຕິບັດ ​ແລະ ສືບ​ເນື່ອງ​ກັນ​ມາ​ຈົນ​ເຖິງ​ທຸກ​ວັນນີ້

ແຜນທີ່ແຂວງຊຽງຂວາງ