ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ

ແຈ້ງການ

ສະຖິຕິເຂົ້າຊົມເວັບໄຊ

127661
ມື້ນີ້
ວານນີ້
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທູກມື້
93
109
354
126604
2204
13004
127661

ເມືອງແປກ

ເມືອງແປກ

1.  ປະຫວັດຄວາມເປັນມາຂອງເມືອງແປກ.

  ດິນແດນເມືອງແປກ ແຂວງຊຽງຂວາງ ໃນເມື່ອກ່ອນ ມີຂອບເຂດຊາຍແດນຕິດກັບບັນດາແຂວງ ແລະ ເມືອງອື່ນໆຄື: ທິດເໜືອຕິດກັບແຂວງຫົວພັນ, ທິດໃຕ້ຕິດກັບແຂວງວຽງຈັນ, ທິດຕາເວັນອອກສ່ຽງເໜືອ ຕິດກັບເມືອງຄຳ, ທິດຕາເວັນອອກສ່ຽງໃຕ້ຕິດ ກັບເມືອງຄູນ, ທິດຕາເວັນຕົກສ່ຽງເໜືອຕິດ ກັບແຂວງຫຼວງພະບາງ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງວຽງຈັນ.

  ໃນເມື່ອກອ່ນ ເມືອງແປກຂອງພວກເຮົາ ມີກຸ່ມຄົນບໍ່ດີສ້າງຄວາມວຸ່ນວາຍຂຶ້ນຢູ່ທິດຕ່າງໆຂອງເມືອງ, ເພື່ອສະດວກໃນການປົກຄອງ ແລະ ປົກປັກຮັກສາລະບອບໃໝ່ຂອງຊາດ. ດັ່ງນັ້ນ, ພາຍຫຼັງໄດ້ຮັບການປົດປ່ອຍສະຖາປານາ ສປປ ລາວ ວັນທີ 2 ທັນວາ  1975 ມາໃນປີ 1986 ຂັ້ນເທິງໄດ້ແບ່ງອອກເປັນ 4 ຕາແສງຄື: ຕາແສງທ້າຍ, ຕາແສງເຄິງ, ຕາແສງເສັງ ແລະ ຕາແສງສຸຍ ອອກຕັ້ງຊື່ເປັນ ເມືອງພູກູດ. ມາຮອດວັນທີ 5 ກຸມພາ 1992 ໄດ້ແບ່ງ 2 ຕາແສງຄື: ຕາແສງກາງແສນ ແລະ ຕາແສງແສນອຸດົມ ອອກຕັ້ງຊື່ເປັນເມືອງຜາໄຊ. ນັບຕັ້ງແຕ່ປະເທດຊາດ ໄດ້ຮັບການປົດປ່ອຍເມືອງແປກ ໄດ້ກາຍເປັນເມືອງເທດສະບານ ຂອງແຂວງຊຽງຂວາງ.

  ໃນສະໄໝບູຮານ ພົງສາວະດານລາວໄດ້ຂຽນໄວ້ວ່າ: ໄດ້ມີຫຼາຍເຜົ່າຊົນໄດ້ຍົກຍ້າຍ ແລະ ຜັນປ່ຽ່ນກັນມາອາໄສຢູ່ຜືນແຜ່ນດິນຂອງເມືອງນີ້ ຫຼາຍເຊັ່ນຄົນ, ໄດ້ສ້າງບ້ານແປງເມືອງ ໃຫ້ຈະເລີນຮຸ່ງເຮືອງ ຄືດັ່ງທີ່ພວກເຮົາເຫັນໃນປັດຈຸບັນເຊັ່ນວ່າ: ໄຫຫີນຊາວເຈືອງ. ດັ່ງນັ້ນ, ຈຶ່ງກາຍເປັນຈຸດສົນໃຈຂອງບັນດານັກຄົ້ນຄວ້າວິໄຈ ທາງດ້ານປະຫວັດສາດບູຮານຄະດີ. ຊົນເຜົ່າທີ່ອາ ໃສຢູ່ດິນແດນຕອນນີ້ໃນເມື່ອກ່ອນ ແມ່ນກຸ່ມຄົນຢູ່ໃນຕະກຸນໂອສະໂຕເນຊ່ຽນ ເຜົ່າມະເລ-ຈ່າມ ເຊື້ອຊາດຄົນຜິວເຫຼືອງ ເຊິ່ງຕຳນານລາວເອີ້ນວ່າ: ຂ້າ, ຂອມ ຫຼື ເຜົາເກິມຸ, ຕໍ່ມາຈຶ່ງມີເຜົ່າ ທີ່ໃຊ້ພາສາໄຕ ຫຼື ໄຕລາວຕະກຸນຂຸນບູລົມ ມາຈາກເມືອງແຖນ ຫຼື ແຖ່ງ ( ຕຽນບຽນຟູ ) ຍົກຍ້າຍມາຢູ່.

    ຕາມຈົດໝາຍເຫດຈີນ ໃນສະໄໝລາຊະວົງຖັງ ສະຕະວັດທີ VIII ຂຽນໄວ້ວ່າ: ຢູ່ທິດເໜືອແມ່ນອານາຈັກໂພລຽວ ມີອານາຈັກໜຶ່ງຊື່ວ່າ: ອານາຈັກລາວມົງ, ຊົນເຜົ່າດັ້ງເດີມທີ່ອາໄສຢູ່ແມ່ນ ມາເລ - ຈ່າມ ຕໍ່ມາຈຶ່ງມີເຜົ່າໄຕລາວ - ໄຕພວນ ທີ່ສືບທອດກັນມາແຕ່ລາຊະວົງຂຸນບູລົມ ເມືອງແຖນ ຫຼື ເມືອງແຖ່ງ ( ດຽນບຽນຟູ ) ຍ້າຍມາຢູ່ ຈຶ່ງເຮັດໃຫ້ມີບົດບາດ ທາງດ້ານການເມືອງ ຢູ່ດິນແດນແຫ່ງນີ້.

  ໃນປຶ້ມປະຫວັດສາດເມືອງພວນ ຂອງ ທ່ານ ພູມີ ວົງວິຈິດ ໄດ້ກ່າວໄວ້ວ່າ: ເບິ່ງລວມແລ້ວແຂວງຊຽງຂວາງເປັນແຂວງ ທີ່ມີຊົນເຜົ່າພວນເປັນຈຳນວນຫຼວງຫຼາຍ ຢູ່ປະປົນກັບຊົນເຜົ່າກຶມມຸ ທີ່ໄດ້ເປັນເຈົ້າຂອງດິນແດນແຫ່ງນີ້ ໃນເມື່ອກ່ອນ ແລະ ຕໍ່ມາກໍ່ໄດ້ມີຊົນເຜົ່າມົ້ງ ເຊິ່ງເຂົ້າມາໃນທ້າຍສະຕະວັດທີ XIX.

  ຕາມໜັງສືຜູກ ຂຸນບູລົມ ເລື່ອງທ້າວຮຸ່ງ ທ້າວເຈືອງ ໃນເມື່ອກ່ອນ ເມືອງແປກ ມີຊື່ວ່າ: ເມືອງພະກັນ ຫຼື ເມືອງປະກັນ ເຊິ່ງເມືອງແປກ ເປັນເມືອງທີ່ ຂຸນເຈືອງ ໄດ້ສ້າງໄຫຫີນ ເຊິ່ງກາຍເປັນປູ ລິຍະສະຖານ.

 ສັງລວມແລ້ວ ຖ້າປຽບທຽບຕາມພົງສາວະດານລາວ ທີ່ໄດ້ກ່າວໄວ້ວ່າ ຂຸນເຈືອງ ເປັນຜູ້ສ້າງໄຫຫີນ ເພື່ອໃສ່ເຫຼົ້າໃນການຮັບໃຊ້ສະຫຼອງໄຊຊນະນະ ຂອງບັນດາຂຸນລີພົນຂອງຂຸນເຈືອງ ປັດຈຸບັນປະເພນີດັ່ງກ່າວ ຍັງເຫຼືອຄ້າງຢູ່ນຳເຜົ່າລາວຈຳນວນໜຶ່ງ ເປັນຕົ້ນແມ່ນເຜົ່າເກິມຸ ກໍ່ຄືການເຮັດເຫຼົ້າໃສ່ໄຫ. ດັ່ງນັ້ນ, ເມືອສົມທຽບຫຼາຍທິດສະດີສັງລວມເຂົ້າກັນແລ້ວ ຈຶ່ງສັນນິຖານໄວ້ວ່າ ມັນແມ່ນມູນຄວາມຈິງ ທີ່ພົງສາວະດານລາວໄດ້ຂຽນໄວ້. ຕາມການຄົ້ນຄວ້າຂອງນັກບູຮານຄະດີ ໄດ້ຢັ້ງຢືນອາຍຸຂອງໄຫຫີນເມືອງແປກ ແມ່ນມີອາຍຸປະມານ 2500 – 3000 ປີ ເຊິ່ງແມ່ນສະໄໝນໍາໃຊ້ໂລຫະປະກົດຕົວ ໂດຍສະເພາະ ແມ່ນສະໄໝເຫຼັກຢູ່ລາວ ຈົນເຮັດໃຫ້ໄຫຫີນຂອງຊາວເຈືອງ ໄດ້ກາຍມາເປັນປູລິຍະສະຖານມິ່ງຂວັນເມືອງ ທີ່ເກົ່າແກ່ ຂອງປະຊາຊົນລາວ ບັນດາເຜົ່າ ໃນເມືອງແປກ ກໍ່ຄືແຂວງຊຽງຂວາງໃນປັດຈຸບັນ.

  ຕາມປະຫວັດສາດ ເມືອງແປກ ແຂວງຊຽງຂວາງ ແມ່ນຢູ່ໃຕ້ການປົກຄອງ ຂອງສັກດີນາມາຫຼາຍລາຊະການ, ຕາມພົງສາວະດານເມືອງພວນ ແລະ ປະຫວັດສາດເມືອງພວນ ໄດ້ຂຽນໄວ້ວ່າ: ໄດ້ມີກະສັດປົກຄອງເຖິງ 23 ອົງ. ນັບຕັ້ງແຕ່ເຈົ້າຟ້າງຸ່ມ ໄດ້ທ້ອນໂຮມອານາຈັກລາວລ້ານຊ້າງ ເຂົ້າເປັນອັນໜຶ່ງອັນດຽວໃນສະຕະວັດທີ XIV ເຈົ້າຟ້າງຸ່ມ ໄດ້ນຳເອົາສາສະໜາພຸດ ເຂົ້າມາເຜີຍແຜ່ຢຸ່ໃນລາວ  ປີ 1535  ເມືອງແປກກໍ່ໄດ້ຮັບການເຜີຍແຜ່ ທາງດ້ານສາສະໜາພຸດ ເຮັດໃຫ້ມີວັດວາອາຣາມເກີດຂຶ້ນຫຼາຍ ແລະ ມີຄວາມຈະເລີນ.

 ມາໃນທ້າຍສະຕະວັດທີ XVIII ອານາຈັກລາວລ້ານຊ້າງໄດ້ກ້າວສູ່ໄລຍະຊຸດໂຊມ ຍ້ອນຄວາມຂັດແຍ້ງຂອງພວກສັກດີນາ ປະເທດຊາດຖືກແບ່ງອອກເປັນ ຫຼາຍອານາຈັກ ເຊິ່ງເປັນສາເຫດເຮັດໃຫ້ອານາຈັກສະຫຍາມ ( ໄທ ) ເຂົ້າມາຮຸກຮານໃນປີ 1778 ເຊິ່ງໄດ້ຕົກເປັນຫົວເມືອງຂຶ້ນໃຫ້ແກ່ສະຫຍາມ 115 ປີ (ຄສ 1778–1893). ໃນສະໄໝນັ້ນປະຊາຊົນເມືອງແປກ ແຂວງຊຽງຂວາງ ໄດ້ຖືກກວາດຕ້ອນໄປໃນສະໄໝເຈົ້າສານ ເປັນເຈົ້າສັກດີນາຢູ່ຊຽງຂວາງ, ເຈົ້າສານຖືກສະຫຍາມບັງຄັບ ໃຫ້ກວາດເອົາປະຊາຊົນ ຄອບຄົວເຜົ່າພວນ ລົງຕັ້ງຢູ່ພັນລຳ ມີຈຳນວນພົນເຖິງ 6,000 ຄົນ, ນອກຈາກນັ້ນ ຍັງໜີເສິກຫໍ້ ເກີດຳ ( ຫໍ້ທຸງດຳ ) ໄປຢູ່ແຂວງຫຼວງພະບາງ ແລະ ວຽງຈັນເປັນຈຳນວນຫຼວງຫຼາຍ.

 ຕົກມາໃນສະຕະວັດທີ XIX ລັດທິທຶນນິຍົມເສລີ ເລີ່ມກ້າວເຂົ້າສູ່ຈັກກະພັດ, ບັນດາປະເທດທຶນນິຍົມຕາເວັນຕົກ ໄດ້ພາກັນຫຼັ່ງໄຫຼເຂົ້າສູ່ທະວີບອາຊີ ໂດຍສະເພາະຢູ່ອິນດູຈີນ, ພວກລ່າເມືອງຂຶ້ນຝຣັ່ງໄດ້ບຸກຍຶດກຳປູເຈຍ ປີ 1867, ຫວຽດນາມ ປີ 1883, ປີ 1887 ໄດ້ແຊກຊຶມເຂົ້າລາວ, ຝຣັ່ງໄດ້ສົ່ງກອງທະຫານເຂົ້າມລາວ ແລະ ໄດ້ປະທະກັບ ທະຫານສະຫຍາມໃນທີສຸດວັນທີ 03 ຕຸລາ 1893 ລ່າເມືອງຂຶ້ນຝຣັ່ງ ແລະ ສະຫຍາມໄດ້ຕົກລົງເຊັນສັນຍາກັນສະບັບໜຶ່ງ ໂດຍຕົກລົງແບ່ງປະເທດລາວອອກເປັນ 2 ຕອນຄື: ຝັ່ງຊ້າຍແມ່ນ້ຳຂອງຂຶ້ນກັບຝຣັ່ງ, ສ່ວນຝັ່ງຂວາ (ພາກອິສານ ໄທໃນປັດຈຸບັນ) ຂຶ້ນກັບສະຫຍາມ ໂດຍບໍ່ເອົາຕາມຊາຍແດນອານາຈັກລາວລ້ານຊ້າງໃນເມື່ອກ່ອນ ຖືວ່າຂັດກັບມະນຸດສະທຳ ແລະ ຂັດກັບຄວາມຈິງຂອງປະຫວັດສາດ.

 ຫຼັງຈາກສະຫຍາມ (ໄທ) ໄດ້ສົ່ງດິນຝັ່ງຊ້າຍແມ່ນໍ້າຂອງ ໃຫ້ລາວແລ້ວຝຣັ່ງໄດ້ສົ່ງກອງທະຫານ ແລະ ຜູ້ຕາງໜ້າລັດທະບານຂື້ນມາປົກຄອງແຂວງຊຽງຂວາງ ໂດຍແຕ່ງຕັ້ງໃຫ້ ທ່ານເດີລີໂນ ທັງເປັນນາຍທະຫານ ແລະ ຜູ້ຕາງໜ້າງລັດທະບານຝຣັ່ງ ຕໍ່ມາມີຫຼາຍທ່ານທີ່ໄດ້ຜັນປ່ຽນກັນມາເປັນເຈົ້າແຂວງປົກຄອງ ແຂວງຊຽງຂວາງ, ຈົນເຖິງປີ 1916 ທ່ານ ບັກເຕເລມີ ມາເປັນເຈົ້າແຂວງ ໄດ້ທ້ອນໂຮມເອົາ 8 ວ້ຽນມາໂຮມກັນ ແລ້ວຈັດຕັ້ງເປັນ 4 ເມືອງ, ແລ້ວເອີ້ນວ່າ: ແຂວງຕະລັນນີນ. ການໄດ້ຊື່ຂອງເມືອງພວກເຮົາກໍ່ຍ້ອນວ່າ: ເມືອງແປກມີຈຸດພິເສດແຕກຕ່າງກັບເມືອງອື່ນໆ... ທາງດ້ານປ່າໄມ້ເປັນເມືອງ ທີ່ອຸດົມສົມບູນໄປດ້ວຍປ່າຕົ້ນໄມ້ແປກ. ດັ່ງນັ້ນ, ເພື່ອໃຫ້ເໝາະສົມກັບຈຸດພິເສດ ທ່ານບັກເຕເລມີ ແລະ ຜູ້ປົກຄອງເມືອງ ຈຶ່ງໄດ້ເອົາຊື່ຕົ້ນໄມ້ ທີ່ປະດັບຢູ່ພູມລໍາເນົາ ທີ່ຂຽວສົດງົດງາມຕະຫຼອດປີ ນັ້ນມາຕັ້ງເປັນຊື່ຂອງເມືອງເອີ້ນວ່າ: ‘‘ ເມືອງຕົ້ນແປກ ’’ (ໃນເມື່ອກ່ອນ ໄລຍະຕົກເປັນເມືອງຊ່ວຍດາຍຫວຽດເອີ້ນວ່າ: ວ້ຽນຄັງແປວ່າເມືອງຄັງ), ຈາກນັ້ນ ໄດ້ເອົາດິນວ້ຽນຄັງ ແລະ ວ້ຽນສຸຍລວມເຂົ້າກັນຕັ້ງຊື່ວ່າ: ‘‘ ເມືອງຕົ້ນແປກ ’’ແຕ່ປະຈຸບັນຄົນເຮົາມັກເອີ້ນຫຍໍ້ກັນວ່າ: ‘‘ ເມືອງແປກ ’’ໃຕ້ແອກປົກຄອງຂອງ ລ່າເມືອງຂື້ນຝຣັ່ງ; ຝຣັ່ງໄດ້ສໍາຫຼວດທົ່ງພູພຽງເມືອງແປກ ມີຫຼາຍຍ້ອນຮັບກະແສຄື້ນສົ່ງ-ຮັບໄດ້ດີ ພວກເຂົາຈຶ່ງໄດ້ສ້າງເດີ່ນບິນຂື້ນຢູ່ທົ່່ງລາດແສນ, ທົ່ງບ້ານໂງຍ, ທົ່ງຄັງມ້າແລ່ນ (ຄັງທົ່ງໄຫຫີນ), ທົ່ງໄຫຫີນເມືອງແປກ - ແຂວງຊຽງຂວາງ ມີເດີ່ນບິນລະດັບຂັ້ນ 3 ຢູ່ 4 ແຫ່ງ, ເປັນເງື່ອນໄຂສະດວກໃນການລໍາລຽງຂົນສົ່ງທາງອາກາດ ໂດຍອີງໃສ່ບັນດາເດີ່ນບິນດັ່ງກ່າວນີ້ ທົ່ງໄຫຫີນເມືອງແປກ - ແຂວງຊຽງຂວາງ ຈິ່ງກາຍເປັນຈຸດຍຸດທະສາດການທະຫານໃຫຍ່ ທີ່ສຸດຢູ່ເຂດພາກເໜືອຂອງລາວກໍ່ຄືໃນທົ່ວປະເທດ, ມີທົ່ງຂອງພູພຽງເປັນທົ່ງກວ້າງ ເໝາະສົມແກ່ການກໍ່ສ້າງເດີ່ນບິນຍຸດທະສາດ. ຢູ່ອ້ອມຮອບທົ່ງພູພຽງ ຍັງມີບັນດາປ້ອມພູສໍາຄັນສາມາດຕັ້ງຄ້າຍປ້ອງກັນເດີ່ນບິນ, ນອກຈາກປ່ອງພູຍັງມີບັນດາສາຍພູ ແລະ ກຸ່ມພູສະຫຼັບຊັບຊ້ອນມີພູຜາສູງ, ເຫວຊັນ, ມີປ່າໄມ່ຕຶບໜາ, ເປັນບ່ອນສະໜອງສະບຽງອາຫານ ທາງດ້ານທໍາມະຊາດ ໃຫ້ແກ່ປະຊາຊົນບັນດາເຜົ່າເຊັ່ນ: ໜໍ່ໄມ້, ເຫັດ, ພືດຜັກທໍາມະຊາດປະເພດຕ່າງໆທັງ ເປັນບ່ອນຊຸກເຊື່ອງກໍາລັງ ໃນປາງສົງຄາມຕໍ່ສູ້ກູ້ຊາດ ຕ້ານຈັກກະພັດພາຍນອກທີ່ມາຮຸກຮານ, ມີຫຼາຍພູໄດ້ກາຍເປັນປ້ອມພູຍຸດທະສາດ ດ້ານທີ່ຕັ້ງທາງການທະຫານເຊັ່ນ: ພູກູດ, ພູເລັ່ງ, ພູເຕີງ, ພູເກາະ, ພູເຊີ້, ພູແຮ້, ພູເກັງ, ພູເຫຼັກຈານ, ພູສັນແລະພູອື່ນໆ... ນອກຈາກບັນປ້ອມພູສູງເປັນ ທີ່ຕັ້ງທາງດ້ານການທະຫານແລ້ວ ຍັງມີບັນດາສາຍພູຍາວຢຽດເກາະກາຍອ້ອມຮອບທົ່ງພູພຽງ. ດ້ານປ່າໄມ້ ບໍລິເວນທົ່ງພູພຽງສ່ວນຫຼາຍ ເປັນປ່າຫຍ້າຄັງ, ຖັດຈາກນັ້ນແມ່ນປ່າໄມ້ແປກ, ເປັນຫຍ້າຄາແລະປ່າໄມ້ປະສົມ. ປ່າໄມ້ແປກມີຫຼາຍຢູ່ທາງທິດຕາເວັນຕົກສຽງເໜືອ ແລະ ທິດເໜືອ, ໄລຍະເຮັດການປະຕິວັດຕໍ່ສູ້ກູ້ຊາດຕ້ານ ຈັກກະພັດອາເມລິກາ, ມີສໍານັກງານຂອງຄະນະກໍາມະການສູນກາງ, ມີກອງບັນຊາການຂອງທະຫານເຂດ ແລະ ກອງບັນຊາການທະຫານເປັນກາງຮັກຊາດ ຕັ້ງສໍານັກກອງບັນຊາການຢູ່ພູເລັ່ງ ໄດ້ຊີ້ນໍາອໍານາດພັກ ແລະ ອໍານາດການປົກຄອງທ້ອງຖິ່ນ ສ້າງກໍາລັງປະກອບອາວຸດ ນໍາພາປະຊາຊົນຕໍ່ສູ້ປົກປັກຮັກສາ - ສ້າງສາພັດທະນາເຂດປົດປ່ອຍທົ່ງໄຫຫີນເມືອງແປກ - ຊຽງຂວາງ.

 ເນື່ອງຈາກເປັນຈຸດຍຸດທະສາດ ສໍາຄັນທາງດ້ານພູມີສາດ, ທົ່ງໄຫຫີນເມືອງແປກ ຈຶ່ງກາຍເປັນຈຸດສົນໃຈຂອງບັນດານັກຍຸດທະສາດ ການທະຫານຕາເວັນຕົກໄດ້ໃຫ້ຂໍ້ສັງເກດວ່າ: ‘‘ ໃຜຍຶດໄດ້ພູພຽງຄັງທົ່ງໄຫຫີນ - ຊຽງຂວາງ  ຜູ້ນັ້ນເປັນເຈົ້າພາກເໜືອລາວ ແລະ ນໍາເອົາຜົນສະທ້ອນອັນໃຫຍ່ຫຼວງ ໄປທົ່ວຂົງເຂດອາຊີຕາເວັນອອກສຽງເໜືອ ’’ ຕໍ່ກັບການຕີລາຄາ ຄວາມສໍາຄັນຂອງທົ່ງໄຫຫີນເມືອງແປກ ແຂວງຊຽງຂວາງນັ້ນ ມີພະນັກງານການນໍາທີ່ເປັນຫຼັກແຫຼງ ຂອງການປະຕິວັດສະຫາຍໜຶ່ງເອີ້ນວ່າ: ປະເທດລາວຄືຊ້າງຕົວໜື່ງເຊີ່ງທົ່ງໄຫຫີນ ກໍ່ຄືຫົວຊ້າງ. ສະນັ້ນ, ຖືວ່າໃຜໄດ້ຂີ່ຄໍຊ້າງແມ່ນຜູ້ນັ້ນຄືຜູ້ປົກຄອງປະເທດລາວ. ລ່າເມືອງຂື້ນຝຮັ່ງ-ອາເມລິກາ ຈື່ງຢາກຢຶດຄອງເອົາເຂດດັ່ງກ່າວນີ້ິເປັນຖານທີ່ໝັ້ນ ທາງການທະຫານໃຫ່ຍສຸດຢູ່ລາວ ຈຸດປະສົງແມ່ນ ການຕ້ານກຳລັງການປະຕິວັດ, ຄຳສັ່ງ, ສະກັດກັ້ນການບຸກໂຈມຕີຈາກທາງທິດເໜືອລົງວຽງຈັນ ຂອງຝ່າຍແນວລາວຮັກຊາດ.

  ປະຊາກອນ: ປະຊາຊົນບັນດາເຜົ່າເມືອງແປກ ແມ່ນວົງຄະນະຍາດຂອງຊາດລາວ ມີຫຼາຍຊົນເຜົ່າ, ພົນລະເມືອງໃນສະຕະວັດທີ່ XX ມີ 29,640 ຄົນ, ມີ 7 ຕາແສງ, ມີ 92 ໝູ່ບ້ານ. ຊາວຕ່າງດ້າວທີ່ອາໃສຢູ່ເມືອງແປກ ມີຊາວຈີນຕ່າງດ້າວ 161 ຄົນ, ຊາຍ 82 ຄົນ, ຫວຽດແກວ 218 ຄົນ, ຊາຍ 107 ຄົນ, ຈັດຕັ້ງເປັນ 2 ບ້ານ ( ຈີນບ້ານໜຶ່ງ, ຫວຽດເແກວບ້ານໜຶ່ງ ) ມາເຖີງປີ 2000 ຂອງສະຕະວັດທີ່ XXI ຂອງປະຊາກອນ 62,444 ຄົນ, ອາໃສຢູ່ກະແຈກກະຈາຍ, ມີຊາວຕ່າງດ້າວ 103 ຄົນ, ຄວາມໜາແໜ້ນສະເລ່ຍຂອງປະຊາກອນເມືອງແປກ 15 ຄົນຕໍ່ 1 ກິໂລຕາແມັດ, ເມືອງແປກປະກອບດ້ວຍຫຼາຍຊົນເຜົ່າດ້ວຍກັນ, ເມື່ອອີງໃສຈຸດພິເສດທາງດ້ານວັດທະນະທຳ, ດ້ານພາສາປາກເວົ້າ ແລະ ການດຳລົງຊີວິດສາມາດແບ່ງອອກເປັນ 3 ໝວດພາສາ ແລະ ມີ 3 ເຜົ່າຄື: ໝວດໃຊ້ພາສາລາວໄຕ, ໝວດໃຊ້ພາສາມອນ-ຂະແມ, ໝວດໃຊ້ພາສາມົ້ງ ລະອຽດມີດັ່ງນີ້:

ໝວດໃຊ້ພາສາໄຕລາວ: ຢູ່ເມືອງແປກມີປະຊາກອນ 21,406 ຄົນ, ຊາຍ 10,377 ຄົນ, ມີ 64 ບ້ານ, ປະກອບດ້ວຍຊົນເຜົ່າໄຕພວນ, ໄຕດຳ, ໄຕແດງ ສ່ວນຫຼາຍ ແມ່ນດຳລົງຊີວິດຢູ່ຕາມແຄມແມ່ນ້ຳ ແລະ ເຂດທົ່ງພຽງມີອາຊິບເຮັດນາ, ປູກຕົ້ນໄມ້ກີນໝາກ, ລ້ຽງສັດ, ຄ້າຂາຍ. ແຕ່ສະໃໝເຈົ້າຟ້າງູ່ມ ທ້ອນໂຮມປະເທດຊາດ ( ປີ ຄສ 1353 ) ເອົາສາດສະໜາພຸດ ເຂົ້າມາເປິດເຜິຍຢ່າງກ້ວາງຂວາງ ໄດ້ກາຍເປັນສາດສະໜາປະຈຳຊາດ, ປະຊາຊົນເຜົ່າພວນເມືອງແປກ-ຊຽງຂວາງຖືສາດສະໜາພຸດ ການສ້າງສາເຮັດໃຫ້ມີວັດວາອາຮາມເຖິງ 84 ວັດ, ວັດວາອາຮາມໄດ້ກາຍເປັນໂຮງຮຽນ ໃນໄລຍະການສືກສາບໍ່ທັນຂະຫຍາຍຕົວ ເປັນບ່ອນເຕົ້າໂຮມຄວາມສາມັກຄີ, ຄໍາສອນຂອງພຸດທະສາດສະໜາ ໄດ້ກາຍເປັນຄະນົບທຳນຽມອັນດີງາມ, ສ້າງໃຫ້ຄົນມີຈິດໃຈຮັກຄວາມສະຫງົບ, ເອື້້ອເຟື້ອເຜື່ອແຜ່, ມີຊີວິດຢູ່ດ້ວຍຄວາມເປັນທຳ, ດຸໝັ່ນຂະຫຍັນພຽນ ແລະ ເຕັມໄປດ້ວຍຄວາມເມດຕາ, ກາຍເປັນໃຈກາງ ທາງດ້ານວັດທະນາທຳຂອງປະຊາຊົນ, ການຈັດຕັ້ງພຸດທະສາສະໜາ ໄດ້ເກີດຂຶ້ນຢູ່ພື້ນຖານບ້ານ, ຕາແສງຈົນຮອດຂັ້ນສູງສຸດ ໄປຄຽງຄູ່ກັບການຈັດຕັ້ງອຳນາດການປົກຄອງແຫ່ງລັດ, ຜ່ານມາປະເທດຊາດຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ, ປະຊາຊົນເມືອງແປກພວກເຮົາ ມີຊາຕາກຳອັນດຽວກັບປະຊາຊົນຊົນທົ່ວປະເທດ. ພວກຈັກກະພັກດຜູ້ຮຸກຮານ ໄດ້ດຳເນີນເຈດຈຳນົງ ປົກຄອງພວກເຂົາ ໄດ້ພະຍາຍາມສວຍໃຊ້ບົດບາດ ຄວາມສຳຄັນຂອງສາສະໜາແບ່ງແຍກ ເຮັດໃຫ້ຄວາມສາມັກຄີເປັນເອກະພາບອ່ອນເພຍລົງ ແລະມີຜົນສະທ້ອນອັນໃຫຍ່ຫຼວງ ເພື່ອຮັບໃຊ້ກົນອຸບາຍຂອງພວກເຂົາ.

ໝວດໃຊ້ພາສາມອນ - ຂະແມ: ຊົນເຜົ່າກຶມມຸມີ 595 ຄົນ, ຊາຍ 302 ຄົນ, ມີ 13 ບ້ານ, ເຂົາເຈົ້ານັບຖືບັນພະບູລຸດຂອງເຜົ່າ, ນັບຖືສາສະໜາຜີ, ດ້ານລະບົບຄອບຄົວ ແມ່ນສືບທອດທາງພໍ່ ມີລະບົບສິງຊາວ ຄື: ຕະກຸນນົກສວນຮອກ, ຕະກຸນນົກແດດເດົ້າ, ຕະກຸນນົກຕັງລໍ, ຕະກຸນຜັກກູດ, ຕະກຸນເຫນັນມອງ..., ຢູ່ເມືອງແປກ ແຂວງຊຽງຂວາງ ແມ່ນເຜົ່າກຶມມຸເຈືອງເຈືອງ ຢູ່ເຮືອນຮ້ານ, ມັກດຳລົງຊີວິດຢູ່ແຖບເປີ້ນພູ ມີອາຊີບເຮັດໄຮ່, ປູກຝັງລ້ຽງສັດ ແລະ ເກັບເຄື່ອງປ່າຂອງດົງ, ປັດຈຸບັນອີງຕາມທິດທາງນະໂຍບາຍຂອງ ພັກ - ລັດຖະບານ ຈຳນວນສ່ວນຫຼາຍໄດ້ຫັນລົງມາເຮັດນາ.

ໝວດໃຊ້ພາສາມົ້ງ: ມີ 7,260 ຄົນ, ຊາຍ 3,658 ຄົນ, ເຂົ້າມາຢູ່ລາວກາງສະຕະວັດທີ XIX ປະກອບມີມົ້ງຂາວ, ມົ້ງດຳ, ມົ້ງລາຍ, ເຜົ່າມົ້ງໄດ້ເຄື່ອນຍ້າຍຈາກພູພຽງຕີເບດ, ຊີບີຣີ, ມົງໂກ, ຈີນ ຕັ້ງຫຼັກລຸ່ມນ້ຳເຫຼືອງ (ຮວງໂຫ) ຍ້ອນເກີດສົງຄາມຈຶ່ງອົບພະຍົບເຂົ້າສູ່ດິນແດນ ຫວຽດນາມ, ລາວ, ແລະ ໄທ. ສຳລັບການເຊື່ອຖືທາງດ້ານສາສະໜາແມ່ນເຊື່ອຖືສາສະໜາຜີ ການສືບເຊື້ອແມ່ນສືບເຊື້ອສາຍຕະກູນທາງພໍ່ ຫຼື ຝ່າຍຊາຍເປັນຫຼັກ, ເຜົ່າມົ້ງນັບຖືການແບ່ງຕະກຸນ ຫຼື ສິງຊາວ ເປັນກົດເກນທາງສັງຄົມ ຄື: ສິງລໍ, ສິງວ່າງ, ສິງຢ່າງ, ສິງເຮີ... ການປະກອບອາຊິບຜ່ານມາ ມີອາຊີບເລື່ອນລອຍ ເຮັດໄຮ່, ປູກຝັງລ້ຽງສັດ ປັດຈຸບັນໄດ້ຫັນລົງມາເຮັດນາເປັນສ່ວນໃຫຍ່.

            ເມືອງແປກ ຕັ້ງຢູ່ໃຈກາງຂອງ ແຂວງຊຽງຂວາງ ມີຊາຍແດນຕິດກັບ 4 ເມືອງຄື: ທິດຕາເວັນອອກຕິດກັບເມືອງຄຳ, ທິດຕາເວັນຕົກຕິດກັບ ເມືອງຜາໄຊ, ທິດເໜືອຕິດກັບ ເມືອງພູກູດ ແລະ ທິດໃຕ້ຕິດກັບ ເມືອງຄູນ. ຕັ້ງຢູ່ເສັ້ນແວງທີ 103 ອົງສາ 22 ລິບດາ 28 ວິລິບດາ, ເສັ້ນຂະໜານທີ່ 19 ອົງສາ 23 ລິບດາ 26 ວິລິບດາ, ປະກອບດ້ວຍພູມສັນຖານທົ່ງພຽງ ແລະ ສາຍພູສະຫຼັບຊັບຊ້ອນ, ບາງບ່ອນເປັນເຫວຊັນ, ພື້ນທີ່ຂອງເມືອງມີທິວທັດທຳມະຊາດສວຍງາມ, ອາກາດສົດຊື່ນ, ມີທົ່ງຫຍ້າກວ້າງຂວາງເໝາະສົມໃຫ້ແກ່ການລ້ຽງສັດ, ມີີຮອງຮອຍປະຫວັດສາດໄຫຫີນ,ມີຮີດຄອງປະເພນີ, ວັດທະນາທຳອັນດີງາມຂອງແຕ່ລະເຜົ່າໄດ້ສ້າງຄວາມສົນໃຈໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດມາລົງທຶນຫຼາຍຂື້ນ ແລະ ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ມາທ່ຽວເພີ່ມຂຶ້ນແຕ່ລະປີ.

          ເມືອງແປກ ຖ້າທຽບໃສ່ລະດັບສູງໜ້ານໍ້າທະເລແມ່ນ 1,297 ແມັດ, ມີເນື້ອທີ່ທັງໝົດ1,400ຕາລາງກິໂລແມັດ (140,000ເຮັກຕາ)  ເຮັກຕາ, ເນື້ອທີ່ດິນກະສິກໍາ 771.96 ກິໂລຕາແມັດ.ໃນນັ້ນມີນາ 5,830 ເຮັກຕາ, ມີ 104 ບ້ານ, ມີ 14,340 ຄົວເຮືອນ, ມີພົນລະເມືອງທັງໝົດ 77,683 ຄົນ, ຍິງ 38,852 ຄົນ ( ປີ 2015 ), ມີ 3 ຊົນເຜົ່າໃຫຍ່ ແລະ ເຜົ່າອື່ນໆຄື: ເຜົ່າລາວມີ 45,909 ຄົນ, ຍິງ 22,905 ຄົນ, ເຜົ່າລາວສູງມີ 29,459 ຄົນ, ຍິງ 14,807 ຄົນ, ເຜົ່າລາວເທິງມີ 1,768 ຄົນ, ຍິງ 907 ຄົນ, ເຜົ່າໄຕ 108 ຄົນ, ຍິງ 12 ຄົນ, ເຜົ່າລື້ 6 ຄົນ, ຍິງ 0 ຄົນ ແລະ ຄົນຕ່າງປະເທດ 413 ຄົນ ( ຫວຽດ 333 ຄົນ, ຍິງ 134, ຈີນ 76 ຄົນ, ຍິງ 28 ຄົນ, ໄທ 1 ຄົນ, ຍິງ 0 ຄົນ, ກໍາປູເຈຍ 1 ຄົນ, ຍິງ 1 ຄົນ, ປະເທດອື່ນໆ 2 ຄົນ, ຍິງ 2 ຄົນ.

ແຜນທີ່ແຂວງຊຽງຂວາງ